ທ່ານຍຶດຕິດກັບຄວາມກັງວົນ ແລະ ຄວາມຢ້ານແມ່ນບໍ່?
ເຈົ້າເຄີຍຫັນກັບໄປມອງເວລາທີ່ເຈົ້າເປັນເດັກບໍ? ຊີວິດຂອງເຈົ້າເວລານັ້ນເບິ່ງແມ່ນງາມຫຼາຍ, ມີສີສັນແລະງ່າຍດາຍ, ແມ່ນບໍ? ຕອນນັ້ນ, ເຈົ້າບໍ່ຈຳເປັນຕ້ອງຄິດຫຼາຍ, ແມ່ນບໍ?
ແຕ່ເມື່ອເຈົ້າໂຕໃຫຍ່ຂຶ້ນ, ເຈົ້າເລີ່ມຮູ້ຫຼາຍຢ່າງຮອບໂຕເຈົ້າແລະກໍຮູ້ວ່າມີຄວາມກົດດັນຫຼາຍໃນຊີວິດ. ເຖິງແມ່ນວ່າເຈົ້າຈະໂຊກດີມີຄອບຄົວທີ່ສະໜັບສະໜູນຫຼາຍ. ຍ້ອມມີສິ່ງທີ່ທຳໃຫ້ເຈົ້າກັງວົນແລະຢ້ານກົວ. ອາດຈະເປັນເລື່ອງຂອງຄວາມເຈັບປ່ວຍ, ອາຊີບ, ຄວາມຮັກ, ຫຼືແມ່ນແຕ່ອະນາຄົດ.
ເຈົ້າສາມາດຂ້າມຜ່ານຄວາມກັງວົນແລະຄວາມບໍ່ມັ່ນໃຈໃນຊີວິດໄດ້ແນວໃດ?
ຄວາມຮູ້ສຶກຂອງຄວາມກັງວົນ
ແລະຄວາມກັງວົນມາຈາກໃສ? ຜົນກະທົບແມ່ນຫຍັງ?
ທຸກຄົນເຮົາຕ່າງມີຄວາມສົນໃຈທີ່ແຕກຕ່າງກັນໃນຊີວິດນີ້. ເພາະສະນັ້ນ,
ຄວາມຮູ້ສຶກກັງວົນຂອງທ່ານອາດຈະແຕກຕ່າງຫຼືຄ້າຍຄືກັບຄວາມຮູ້ສຶກຂອງຄົນອື່ນ.
ແຕ່ໃນທົ່ວໄປ, ຄວາມກັງວົນທັງໝົດມາຈາກບາງສິ່ງທີ່ເກີດຂຶ້ນກັບທ່ານ;
ແລະນັ້ນເປັນສິ່ງທີ່ຢູ່ເຫນືອການຄວບຄຸມຂອງທ່ານ. ຈາກທີ່ນັ້ນ, ກໍເຮັດໃຫ້ເກີດຄວາມຮູ້ສຶກຕຶງເຄີຍແລະກົດດັນ. ໃນລະຍະຍາວ, ມັນຈະເປັນຄວາມຮູ້ສຶກກັງວົນແລະຂາດຄວາມປອດໄພ.
ຍິ່ງທ່ານຢູ່ໃນສະພາບນັ້ນນານເທົ່າໃດ, ທ່ານຍິ່ງຈະຮູ້ສຶກກັງວົນເກີນກວ່າປະເດັນຫຼືເຫດການເລັກໆ;
ອາດຈະແມ່ນກັງວົນທີ່ບໍ່ມີເຫດຜົນ.
ອະໄຫຼຂອງຄວາມຮູ້ສຶກກັງວົນແລະຄວາມຫ່ວງວົນທີ່ເກີດຂຶ້ນທຸກວັນແລະຕໍ່ເນື່ອງມາຄືຫຍັງ?
"ມອບຄວາມກັງວົນ ແລະ ຄວາມບໍ່ຫມັ້ນຄົງທັງຫມົດຂອງທ່ານກັບພຣະເຈົ້າ, ເພາະວ່າພຣະອົງເປັນຫ່ວງທ່ານ"
ຈົ່ງປັກຕາເບິ່ງພຣະເຢຊູ ແລະ ວາງໃຈໃນການປົກປ້ອງຂອງພຣະອົງ
ເມື່ອດຳລັງຊີວິດໂດຍບໍ່ມີພຣະເຈົ້າ, ເຈົ້າຈະຕ້ອງຮັບມືກັບທຸກຢ່າງໂດຍຕົວເອງ. ເມື່ອມີສິ່ງທີ່ຢູ່ເຫນືອຄວາມສາມາດຂອງເຈົ້າ, ຄວາມກັງວົນຈະເຂົ້າມາໃນໃຈຂອງເຈົ້າ.
ຊີວິດທີ່ມີພຣະເຈົ້າແລະຄວາມເຊື່ອໃນການປົກປ້ອງຂອງພຣະອົງຈະມີຄວາມສຸກໃນໃຈເສມີ; ຕາມທີ່ພຣະຄໍາພີເວົ້າໄວ້ວ່າ: "ເມື່ອຂ້ອຍໃສ່ພຣະເຈົ້າເປັນທີ່ໜຶ່ງ, ຂ້ອຍຈະບໍ່ຢ້ານ, ເພາະວ່າພຣະອົງຢູ່ເຄີຍຢູ່ຂ້າງໆ."
ເມື່ອເຈົ້າປ່ຽນຄວາມໃສ່ໃຈຈາກບັນຫາຂອງຊີວິດໄປຫາພຣະເຢຊູ; ເຈົ້າຈະໄດ້ຮັບການປະກັນທີ່ພຣະອົງຮັບປາກົດ. ແລະເຈົ້າຈະເຫັນວ່າພຣະອົງຢູ່ເຄີຍຢູ່ຂ້າງໆທຸກວິນາທີ, ທຸກນາທີ.
ເຖິງວ່າຜ່ານຮ່ອມພູອັນມືດໜາຂ້ານ້ອຍກໍຈະບໍ່ຢ້ານກົວເພາະພຣະອົງຢູ່ດ້ວຍ.ໄມ້ຄ້ອນແລະໄມ້ເທົ້າຂອງພຣະອົງກໍປົກປ້ອງຮັກສາຂ້ານ້ອຍໃຫ້ພົ້ນ.
ຄວາມຮັກຂອງພຣະເຈົ້າບໍ່ເຄີຍປ່ຽນແປງ
ບໍ່ວ່າບັນຫາທີ່ທ່ານກຳລັງເຜີຍເຜິງຢູ່ຈະໃຫຍ່ແຄ່ໃດ, ພຣະເຢຊູມີຢູ່ຂ້າງທ່ານຕະຫຼອດແລະຈະບໍ່ລະທິ້ງທ່ານໄປ. ເພາະພຣະອົງຮັກທ່ານ.
ເມື່ອທ່ານກັງວົນ, ຈົ່ມຄິດເຖິງຄວາມຮັກທີ່ບໍ່ມີເງື່ອນໄຂຂອງພຣະອົງສຳຫຼັບທ່ານ. ຄວາມຮັກນີ້ຢູ່ໃຫຍ່ຢ່າງທີ່ພຣະອົງຍິນດີສະຫຼະທຸກຢ່າງໃຫ້ທ່ານ.
ບໍ່ພຽງແຕ່ການປ້ອງກັນ, ຄວາມສົງບົບທີ່ພຣະເຈົ້າຈະໃຫ້ທ່ານ; ພຣະອົງຍັງໃຫ້ຊີວິດທີ່ຍືນຍາວໃຫ້ທ່ານດ້ວຍ. ໝາຍຄວາມວ່າ, ບໍ່ມີອະໄລທີ່ຈະແຍກທ່ານອອກຈາກຄວາມຮັກຂອງພຣະອົງ.
ທ່ານພ້ອມທີ່ຈະເວົ້າກັບພຣະເຢຊູບໍ?
ຖ້າທ່ານຕ້ອງການພຣະເຢຊູຊ່ວຍໃຫ້ທ່ານຝາກຊົງຄວາມຮູ້ສຶກທີ່ກັງວົນແລະຄວາມຫວັ່ນໄວຂອງທ່ານໃນປັດຈຸບັນ; ແລ້ວນີ້ເປັນຄຳແນະນຳສຳລັບທ່ານ:"ພຣະເຢຊູເຈົ້າ, ຂ້ອຍຮູ້ວ່າພຣະເຈົ້າເຂົ້າໃຈຄວາມຮູ້ສຶກທຸກອັນທີ່ຂ້ອຍພະຍາຍາມທີ່ຈະຝາກຊົງ. ຂ້ອຍເຊື່ອວ່າພຣະເຈົ້າມັກລະຕິດຕາມຂ້ອຍທຸກສະໜາທີ່, ທຸກທີ່ໃດ. ຂໍພຣະເຈົ້າເຂົ້າໄປໃນຊີວິດຂອງຂ້ອຍແລະນຳຄວາມຮູ້ສຶກກັງວົນນີ້ອອກໄປຈາກໃຈຂອງຂ້ອຍ. ຂໍມອບຄວາມສະຫງົບໃນໃຈຂອງຂ້ອຍແລະຄວາມສຸກໃນຊີວິດ. ຂອບໃຈພຣະເຢຊູ. ອາເມນ."
ຂໍເຫັນວ່າຄຳກ່າວຂ້າງເທິງນີ້ເຫມືອນກັບສິ່ງທີ່ທ່ານຕ້ອງການທີ່ຈະກ່າວຫາພຣະເຈົ້າໃນໃຈຂອງທ່ານບໍ່?
ຖ້າແມ່ນຢ່າງນັ້ນ, ຂໍໃຫ້ອ່ານຄຳນັ້ນອີກຄັ້ງເສັຽເຫມືອນກັບທ່ານກ່າວກັບພຣະເຈົ້າຢູ່ຂ້າງທ່ານ.