ທ່ານຮູ້ສຶກເຫງົາ ແລະ
ໂດດດ່ຽວແມ່ນບໍ່?
ທ່ານເຄີຍຮູ້ສຶກວ່າທ່ານບໍ່ຄວາມສົນໃຈຍັງອີກແລ້ວໃນຊີວິດປັດຈຸບັນຂອງທ່ານແມ່ນບໍ່? ທ່ານຮູ້ສຶກບໍ່ວ່າຕົນເອງກໍາລັງຂາດຫຍັງໄປໃນຊີວິດຂອງທ່ານ ແລະ ຮູ້ສຶກວ່າມີຊ່ອງຫວ່າງໃຫຍ່ໆຢູ່ໃນໃຈຂອງທ່ານບໍ່?
ເຖິງແມ່ນວ່າທ່ານມີໝູ່ເພື່ອນຫລາຍຄົນ ແລະ ຍາດມິດຫລາຍຢູ່ຮອບໆທ່ານ;
ແຕ່ທ່ານຍັງຄົງຮູ້ສຶກວ່າມີຄວາມໂດດດຽວແປກໆ ແລະ ຄວາມຫວ່າງເປົ່າໃນຈິດໃຈແມ່ນບໍ່? ຄວາມຮູ້ສຶກນັ້ນມາຈາກລຶກໆໃນໃຈຂອງພວກເຮົາ ເຖີງທ່ານຈະມີຫຼາຍຄົນຢູ່ຮອບໆທ່ານ ແຕ່ບໍ່ມີໃຜຢູ່ຄຽງຂ້າງທ່ານຢ່າງແທ້ຈິງ ແລະ ເຂົາເຫຼົ່ານັ້ນບໍ່ເຂົ້າໃຈຄວາມຄິດ ຫຼື ຄວາມຮູ້ສຶກຂອງທ່ານ.ທ່ານເຫັນພາບຂອງຕົວເອງແບບນີ້ບໍ່? ບັດນີ້ເຮົາຈະມາສືກສາວິທີການກ້າວຜ່ານຄວາມຮູ້ສຶກໂດດດຽວນີ້ກັນ
ຫຼາຍຄົນໄດ້ປະສົບກັບຄວາມຮູ້ສຶກເຫງົາ ແລະ ໂດດດ່ຽວ
ສາມາດກ່າວໄດ້ວ່າຄວາມໂດດດ່ຽວເປັນສ່ວນໜຶ່ງຂອງຊີວິດຂອງທຸກຄົນ ບໍ່ວ່າທ່ານຈະມັກຄວາມຮູ້ສຶກນີ້ ຫຼື ບໍ່ມັກກໍຕາມ ເນື່ອງຈາກທຸກຄົນມີເລື່ອງລາວຂອງຕົວເອງ ແລະຄວາມຮູ້ສຶກຂອງຕົວເອງ ແຕ່ມັນມີແຕ່ໜ້ອຍຄົນເທົ່ານັ້ນທີ່ຕ້ອງການບອກຄົນອື່ນກ່ຽວກັບຄວາມຍາກລໍາບາກ ແລະຄວາມທຸກທົນທີ່ພວກເຂົາໄດ້ປະເຊີນໃຫ້ຄົນອື່ນຟັງ.
ເມື່ອທ່ານຢູ່ໃນຄວາມຮູ້ສຶກນີ້ດົນໆ ທ່ານຈະຮູ້ສຶກວ່າບໍ່ມີໃຜເຂົ້າໃຈທ່ານ ແລະ ທ່ານຈະບໍ່ພຽງແຕ່ສູນເສຍຄວາມຮູ້ສຶກທີ່ມີຕໍ່ທຸກຄົນຮອບຂ້າງທ່ານ ແຕ່ທ່ານຍັງສູນເສຍຄວາມຮູ້ສຶກຕໍ່ທຸກສີ່ງຢ່າງຮອບຂ້າງທ່ານອີກດ້ວຍ ທ່ານຈະພະຍາຍາມໜີໄປຫາບາງສີ່ງບາງຢ່າງເພື່ອຝັງຄວາມຮູ້ສຶກນີ້; ເຊັ່ນການເຮັດວຽກ ເຖິງແມ່ນວ່າບໍ່ມີຫຍັງຄົງຢູ່ຕະຫຼອດໄປ, ເມື່ອ "ບ່ອນລີ້ໄພ" ຂອງທ່ານຫາຍໄປ, ທ່ານກໍກັບມາຮູ້ສຶກເສຍໃຈ ແລະ ພັງທະລາຍ ທ່ານຈະຄິດວ່າມີຄົນໃດແນ່ທີ່ສາມາດຊ່ວຍເຫຼືອທ່ານໃຫ້ຜ່ານພົ້ນຄວາມຮູ້ສຶກຫວ່າງເປົ່າໃນຈິດໃຈ ແລະ ໂດດດ່ຽວນີ້ໄດ້ບໍ?
ພຣະເຢຊູໄດ້ຍິນສຽງຮ້ອງໃຫ້ຂອງເຮົາ
ພຣະເຈົ້າຢູ່ຄຽງຂ້າງທ່ານ
ແລະ ລໍຖ້າທ່ານຢູ່ສະເໝີ
ພຣະເຈົ້າແມ່ນຜູ້ທີ່ມີພະລັງທີ່ຈະຊ່ວຍເຫຼືອທ່ານໃນສະຖານະການທີ່ທ່ານທົນທຸກທີ່ສຸດ!
ທ່ານອາດຈະບໍ່ເຄີຍຮູ້ສຶກວ່າພຣະເຈົ້າຢູ່ຄຽງຂ້າງທ່ານ ແລະ ມັນກໍເໝືອນກັບວ່າພຣະເຈົ້າຢູ່ໄກຫ່າງເຮົາຫຼາຍຈົນພຣະເຈົ້າບໍ່ສາມາດແນມເຫັນເຮົາໄດ້
.
ແຕ່ແທ້ຈິງແລ້ວ ພຣະເຈົ້າຢູ່ກັບທ່ານທຸກໆວັນ ທ່ານອາດຈະບໍ່ເຄີຍສັງເກດເຫັນ ຫຼື ຮູ້ຈັກພຣະເຈົ້າເທື່ອຈົນກວ່າທ່ານຈະເປີດປາກເວົ້າກັບພຣະອົງ.
ແທ້ຈິງແລ້ວ ທ່ານນັ້ນບໍ່ໄດ້ຫລົງທາງໃນຊີວິດນີ້.
ພຣະເຢຊູຕ້ອງການຊ່ວຍທ່ານ
ໃຫ້ອອກຈາກຄວາມຮູ້ສຶກໂດດດ່ຽວ
ທ່ານຮູ້ສຶກແປກໃຈບໍ່ທີ່ຮູ້ວ່າພຣະເຈົ້າໄດ້ຢູ່ກັບທ່ານມາຕະຫຼອດທຸກວັນຈົນມາເຖິງປັດຈຸບັນນີ້?
ບໍ່ພຽງແຕ່ນັ້ນ, ພຣະເຈົ້າຍັງໄດ້ສັນຍາກັບທ່ານໃນພຣະຄຳພີໄບເບີ້ນອີກດ້ວຍ:
"ພຣະເຈົ້າຢາເວເອງເປັນຜູ້ອອກໜ້າກ່ອນເຈົ້າແລະສະຖິດຢູ່ກັບເຈົ້າ. ພຣະອົງຈະບໍ່ເຮັດໃຫ້ພວກເຈົ້າຜິດຫວັງ ຫລືປະຖິ້ມພວກເຈົ້າ. ສະນັ້ນ ຢ່າທໍ້ຖອຍຫລືຢ້ານກົວເລີຍ.”
ພຣະເຈົ້າສົ່ງເສິມເຮົາ ແລະ ໃຫ້ທ່ານໝັ້ນໃຈວ່າທ່ານບໍ່ໂດດດ່ຽວອີກຕໍ່ໄປ ເພາະພຣະອົງຮັກທ່ານ ແລະ ສະຫລະທຸກຢ່າງເພື່ອທ່ານ.
ທ່ານພ້ອມທີ່ຈະເວົ້າກັບພຣະເຢຊູບໍ?
ຖ້າທ່ານຕ້ອງການທີ່ຈະຜ່ານພົ້ນຄວາມຮູ້ສຶກເປົ່າຫວ່າງ ແລະການສູນເສຍແລະເລີ່ມຮູ້ສຶກວ່າພຣະອົງຢູ່ເຄີຍຂ້າງທ່ານ; ນີ້ແມ່ນຄຳແນະນຳສຳລັບທ່ານ: "ພຣະເຢຊູພຣະເຈົ້າ, ຂ້າພຣະອົງເຊື່ອວ່າພຣະອົງເຂົ້າໃຈທຸກຄວາມຮູ້ສຶກເປົ່າຫວ່າງທີ່ຂ້າພຣະອົງໄດ້ປະສົບໃນໄລຍະນີ້. ຂ້າພຣະອົງເຊື່ອວ່າພຣະອົງຮັກຂ້າພຣະອົງແລະຢູ່ເຄີຍຂ້າງຂ້າພຣະອົງທຸກຄັ້ງ ທຸກແຫ່ງທີ່.
ຂໍພຣະອົງເຂົ້າມາໃນຊີວິດຂ້າພຣະອົງ ແລະນຳຄວາມຮູ້ສຶກເປົ່າຫວ່າງ ແລະຄວາມຫວ່າງເປົ່າອອກຈາກໃຈຂ້າພຣະອົງ. ຂໍພຣະອົງປອບໃຈຂ້າພຣະອົງແລະໃຫ້ຂ້າພຣະອົງມີຄວາມສຸກໃນຊີວິດ. ຂອບໃຈພຣະເຢຊູ. ອາແມນ”
ຄຳເຫມືອນທີ່ຢູ່ເທິງແມ່ນຄຳທີ່ທ່ານຢາກກ່າວຫາພຣະເຈົ້າຢູ່ໃນໃຈຂອງທ່ານບໍ?
ຖ້າແມ່ນວ່າ, ອ່ານຄຳນັ້ນອີກຄັ້ງເຫມືອນທີ່ທ່ານກຳລັງກ່າວກັບພຣະເຈົ້າຢູ່ເຄີຍຂ້າງທ່ານ.