ທ່ານມີປັນຫາເລື່ອງການຫວ່າງງານບໍ?

ທ່ານມີປັນຫາເລື່ອງການຫວ່າງງານບໍ?
ວຽກເຮັດງານທໍາທີ່ດີແມ່ນຄວາມຕ້ອງການພື້ນຖານຂອງມະນຸດເຮົາ ບາງຄົນຕ້ອງການວຽກເຮັດງານທຳເພື່ອບັນລຸຄວາມຝັນຂອງຕົນ ແລະ ບາງຄົນກໍຕ້ອງການວຽກເຮັດງານທຳເພື່ອຕອບສະໜອງຄວາມຕ້ອງການຂອງຄອບຄົວ ແຕ່ເມື່ອເຮົາບໍ່ໄດ້ວຽກເຮັດ ພວກເຮົາອາດຈະເລີ່ມມີຄວາມອຸກໃຈ ຄິດນັ້ນຄິດນີ້ກາຍເປັນຄົນຄິດຫຼາຍ ພວກເຮົາອາຈະເລີ່ມເປັນຄົນຫງຸດຫງິດໄວ ແຕ່ຂ້ອຍຂໍບອກເຈົ້າວ່າບໍ່ວ່າສະຖານະການຂອງພວກເຮົາຈະເປັນແນວໃດ ພວກເຮົາຈະພົບເຫັນຄວາມສະບາຍໃຈ ແລະ ຄວາມພໍໃຈໃນພຣະຄໍາຂອງພຣະເຈົ້າ ພຣະຄໍາພີໄບເບີ້ນ.
ທ່ານບໍ່ສາມາດເຮັດຫຍັງມັນໄດ້
ເມື່ອຂ້ອຍຈົບປະລິນຍາໂທໃນສອງສາມປີກ່ອນ ຂ້ອຍຮູ້ສຶກວ່າວຽກທີ່ດີກໍາລັງລໍຖ້າຂ້ອຍຢູ່ແຕ່ຂ້ອຍພັດພົບວ່າຊີວິດໃນຮູບແບບປະຕິບັດແຕກຕ່າງກັນຫຼາຍຈາກສີ່ງທີ່ເຄີຍໄດ້ຮຽນມາ ຂ້ອຍບໍ່ສາມາດຊອກຫາວຽກທີ່ຂ້ອຍຕ້ອງການເຮັດໄດ້ ແຕ່ຂ້ອຍຈໍາເປັນຕ້ອງລ້ຽງດູຄອບຄົວຂອງຂ້ອຍ ໄລຍະ 3 ປີຂອງການຫວ່າງງານນີ້ໄດ້ເຮັດໃຫ້ຂ້ອຍເສຍໃຈຫຼາຍ ແລະ ຫຼັງຈາກນັ້ນຂ້ອຍກໍ່ເລີ່ມຫາເຮັດວຽກເລັກໆນ້ອຍໆໄປ ຂ້ອຍໄດ້ລອງໄປຝຶກງານຮອດ 3 ບ່ອນເພື່ອທີ່ຂ້ອຍຈະມີວຽກເຮັດງານທໍາທີ່ດີ ຂ້ອຍຮູ້ສຶກທໍ້ເມື່ອຂ້ອຍຕ້ອງມາເຈີເລື່ອງແບບນີ້ ແຕ່ເມື່ອຂ້ອຍໄປອະທິຖານແລະອ່ານພຣະຄໍາຂອງພຣະເຈົ້າ ສັນຕິສຸກທີ່ແປກປະຫຼາດກໍໄດ້ເຂົ້າມາຫາຂ້ອຍ ຂ້ອຍຖາມພຣະເຈົ້າຕະຫຼອດແຕ່ບໍ່ເຄີຍຈົ່ມ, ແຕ່ມາມື້ຫນຶ່ງຂ້ອຍໄດ້ໄປຫຼີ້ນກັບຄອບຄົວໝູ່ ແລະ ຂ້ອຍຖືກຖາມວ່າກໍາລັງເຮັດຫຍັງຢູ່ຊ່ວງນີ້, ຂ້ອຍບອກວ່າຂ້ອຍກໍາລັງຝຶກວຽກ ແລະ ພວກເຂົາກໍພາກັນຊຸບຊິບກັນເວົ້າໃຫ້ຂ້ອຍວ່າ "ມັນອາດຈະເຮັດໄດ້ແຕ່ຝຶກງານຕະຫຼອດທັງຊີວິດຂອງມັນຫັ້ນລະ” ພວກເຂາໄວ້ເວົ້າເຍາະເຍີ້ຍຂ້ອຍ ແລະ ມື້ນັ້ນເປັນມື້ທີ່ເຮັດໃຫ້ຂ້ອຍເຈັບປວດຫຼາຍ ແຕ່ຂ້ອຍກໍບໍ່ສາມາດລະບາຍໃຫ້ຄົນໃນເຮືອນຂອງຂ້ອຍຟັງໄດ້ ເພາະວ່າຂ້ອຍຮູ້ສຶກອັບອາຍຫຼາຍ ມື້ນັ້ນຂ້ອຍຈົ່ມກັບພຣະເຈົ້າວ່າເປັນຫຍັງ? ເປັນຫຍັງເລື່ອງນີ້ເກີດຂຶ້ນກັບຂ້ອຍ? ຂ້ອຍໄດ້ຮ້ອງໄຫ້ຕໍ່ພຣະເຈົ້າ ແລະ ຫຼັງຈາກນັ້ນບໍ່ດົນ ເດືອນໜື່ງກໍໄດ້ຜ່ານໄປ ແລະ ຂ້ອຍກໍຍັງຢູ່ໃນສະພາບເກົ່າບໍ່ມີຫຍັງປ່ຽນແປງ ແຕ່ມີມາມື້ໜຶ່ງຂ້ອຍໄດ້ມີໂອກາດເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບຫົວໃຈຂອງພຣະບິດາ ແລະ ໃນທີ່ນັ້ນ ພຣະເຈົ້າໄດ້ກ່າວກັບຂ້ອຍຜ່ານຊາຍຄົນໜຶ່ງທີ່ເວົ້າວ່າ:
“ຢ່າຢ້ານເລີຍ ຈົ່ງຊື່ສັດຕໍ່ເຮົາ,"
ເຮົາຈະຍົກເຈົ້າຂຶ້ນ ເມື່ອເຖິງເວລາອັນຄວນ," "ຈົ່ງເຊື່ອງໃນເຮົາ“ ນໍ້າຕາຂອງຂ້ອຍກໍໄຫຼໃນທັນທີທີ່ຂ້ອຍໄດ້ຍິນຖ້ອຍຄຳເຫຼົ່ານີ້
ແລະ ຫຼັງຈາກມື້ນັ້ນ ຂ້ອຍບໍ່ເຄີຍຄິດກັງວົນເລື່ອງຫຍັງເລີຍ ເພາະພຣະຄຳພີໄບເບິນຖືກຂຽນໄວ້ວ່າ:
(ມັດທາຍ 6:27-28) ມີຜູ້ໃດແດ່ໃນພວກເຈົ້າທີ່ກະວົນກະວາຍ ແລ້ວຕໍ່ອາຍຸໃຫ້ມີຊີວິດຍືນຍາວໄດ້ອີກຈັກໜ້ອຍໜຶ່ງ?”“ເປັນດ້ວຍເຫດໃດ ຈຶ່ງກະວົນກະວາຍເຖິງເລື່ອງເຄື່ອງນຸ່ງຫົ່ມ? ຈົ່ງເບິ່ງດອກໄມ້ປ່ານັ້ນແມ ມັນໃຫຍ່ຂຶ້ນມາໄດ້ຢ່າງໃດ ມັນບໍ່ໄດ້ເຮັດວຽກ ບໍ່ໄດ້ຕໍ່າຜ້າເຮັດເຄື່ອງນຸ່ງສຳລັບມັນເອງ.
ອະນາຄົດຂອງເຈົ້າຢູ່ໃນມືຂອງພຣະເຈົ້າ
ເຮົາຜູ້ດຽວເທົ່ານັ້ນທີ່ຮູ້ແຜນການຂອງເຮົາສຳລັບພວກເຈົ້າ,’ ພຣະເຈົ້າຢາເວກ່າວວ່າ, ‘ຄືແຜນການທີ່ນຳຄວາມຈະເລີນຮຸ່ງເຮືອງມາສູ່ພວກເຈົ້າ ແລະບໍ່ແມ່ນນຳຄວາມຈິບຫາຍມາສູ່ພວກເຈົ້າ ແຕ່ເປັນແຜນການທີ່ນຳຄວາມຫວັງມາສູ່ອະນາຄົດຂອງພວກເຈົ້າ. ແລ້ວພວກເຈົ້າກໍຈະເອີ້ນຫາເຮົາ. ເມື່ອພວກເຈົ້າມາຫາເຮົາແລະພາວັນນາອະທິຖານຫາເຮົາ ເຮົາກໍຈະຕອບຄຳພາວັນນາອະທິຖານຂອງພວກເຈົ້າ. ຖ້າພວກເຈົ້າຊອກຫາເຮົາຢ່າງໝົດຈິດໝົດໃຈ ພວກເຈົ້າກໍຈະພົບເຮົາ
ອະທິຖານ,
ພຣະເຈົ້າ, ຂ້ານ້ອຍຂອບຄຸນພຣະອົງທີ່ພຣະອົງເບິ່ງ
ແຍງຂ້ານ້ອຍທີ່ຜ່ານມາ ແລະ ໄດ້ສະຫນອງຄວາມຕ້ອງການທັງຫມົດຂອງຂ້ານ້ອຍໃນອະດິດ ປະຈຸບັນ ແລະ ອະນາຄົດ
ພຣະຄຸນທີ່ຂ້ານ້ອຍມີຕໍ່ຄວາມເຊື່ອທີ່ເຂັ້ມແຂງ ແລະ ບໍ່ເຄີຍຫາຍໄປ.
ຂໍໃນພຣະນາມຂອງພຣະເຢຊູຄຣິດເຈົ້າ. ອາແມນ.



